ລາຍລະອຽດການຄຸ້ມຄອງຂອງແຕ່ລະຜະລິດຕະພັນປະກັນໄພລົດ
- ການປະກັນໄພລົດແບບພາກບັງຄັບ (Compulsory)
ການປະກັນໄພພາກບັງຄັບ (Compulsory) ແມ່ນເປັນປະກັນໄພທີ່ລົດທຸກຄັນທີ່ຈົດທະບຽນກ່ຽວກັບການຂົນສົ່ງທາງບົກນັ້ນ ຕ້ອງມີຕາມກົດໝາຍ ເພື່ອທີ່ຈະໃຫ້ການຄຸ້ມຄອງຜູ້ປະສົບໄພຈາກລົດ ທີ່ໄດ້ຮັບການບາດເຈັບ ຫຼື ເສຍຊີວິດຈາກລົດ ຫຼື ການໃຊ້ລົດ. ໃນປະຈຸບັນນີ້ ທາງບໍລິສັດ ມີ 3 ທາງເລືອກຄື: ພາກບັງຄັບ (Basic), ທາງເລືອກ 1 (Option 1), ທາງເລືອກ 2 (Option 2) ແລະ ມີເງື່ອນໄຂຄວາມຄຸ້ມຄອງ ແລະ ຍົກເວັ້ນຄືກັນດັ່ງນີ້:
- ຄວາມຄຸ້ມຄອງຄວາມຮັບຜິດຊອບ ຕໍ່ບຸກຄົນທີ່ສາມ / Third Party Liability
- ຄຸ້ມຄອງຄວາມເສຍຫາຍທາງດ້ານຮ່າງກາຍ, ເສຍຊີວິດ ຫຼື ພິການຖາວອນ
- ຊົດເຊີຍຄ່າປີ່ນປົວໃນກໍລະນີເກີດອຸປະຕິເຫດ, ຊົດເຊີຍຄ່ານອນໂຮງໝໍ
- ຄວາມຮັບຜິດຊອບຕໍ່ຄວາມເສຍຫາຍທາງດ້ານວັດຖຸຂອງຄູ່ກໍລະນີ (ໃນກໍລະນີລູກຄ້າຂອງ ບໍລິສັດ ເປັນຄົນຜິດເທົ່ານັ້ນ ທາງ ບໍລິສັດ ຈື່ງຈະສາມາດຊົດເຊີຍຄວາມເສຍຫາຍທາງດ້ານວັດຖຸໃຫ້ ສ່ວນລົດຂອງລູກຄ້າແມ່ນຮັບຜິດຊອບເອງ )
- ຄວາມຄຸ້ມຄອງຄວາມຮັບຜິດຊອບຕໍ່ຜູ້ຂັບຂີ່
- ຄຸ້ມຄອງຄວາມເສຍຫາຍທາງດ້ານຮ່າງກາຍ, ເສຍຊີວິດ ຫຼື ພິການຖາວອນ
- ຄ່າປີ່ນປົວໃນກໍລະນີເກີດອຸປະຕິເຫດ.
ຄວາມຄຸ້ມຄອງຄວາມຮັບຜິດຊອບ ຕໍ່ບຸກຄົນທີ່ສາມ / Third Party Liability
ຄວາມຄຸ້ມຄອງ |
ແບບບັງຄັບ / Compulsory |
ທາງເລືອກ 1 / Option 1 |
ທາງເລືອກ 2 / Option 2 |
1. ຄວາມເສຍຫາຍທາງດ້ານຮ່າງກາຍ, ສູງສຸດຕໍ່ອຸປະຕິເຫດ 1 ຄັ້ງ |
101,400,000 |
250,000,000 |
500,000,000 |
ເສຍຊີວິດຕໍ່ຄົນ ຫຼື ພິການຖາວອນທັງໝົດຕໍ່ຄົນ |
12,000,000 |
25,000,000 |
30,000,000 |
ຄ່າປິ່ນປົວສູງສຸດຕໍ່ຄົນ |
1,800,000 |
2,500,000 |
3,000,000 |
ຄ່າອອກໂຮງໝໍ (ລວມໃນຄ່າປີ່ນປົວ), ສູງສຸດຕໍ່ຄົນ |
100,000 |
160,000 |
200,000 |
2. ຄວາມເສຍຫາຍທາງດ້ານວັດຖຸ, ສູງສຸດຕໍ່ອຸປະຕິເຫດ 1 ຄັ້ງ |
5,200,000 |
17,500,000 |
50,000,000 |
- ວົງເງິນຄວາມຄຸ້ມຄອງຜູ້ຂັບຂີ່ / Coverage for Driver
ຄວາມຄຸ້ມຄອງ |
ແບບບັງຄັບ / Compulsory |
ທາງເລືອກ 1 / Option 1 |
ທາງເລືອກ 2 / Option 2 |
ເສຍຊີວິດຕໍ່ຄົນ ຫຼື ພິການຖາວອນທັງໝົດຕໍ່ຄົນ |
12,000,000 |
25,000,000 |
30,000,000 |
ຄ່າປິ່ນປົວສູງສຸດຕໍ່ຄົນ |
1,800,000 |
2,500,000 |
3,000,000 |
- ປະກັນໄພລົດແບບພາກສະໝັກໃຈ
ການປະກັນໄພແບບພາກສະໝັກໃຈແມ່ນ ປະກັນໄພທີ່ເພີ່ມຄວາມຄຸ້ມຄອງຈາກພາກບັງຄັບ ແລະ ເພື່ອເປັນການຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າທີ່ຕ້ອງການຄວາມຄຸ້ມຄອງເພີ່ມຂື້ນ. ໃນປັດຈຸບັນນີ້ທາງ ບໍລິສັດ ມີ 3 ແບບຄື: ປະກັນໄພຊັ້ນ 1, ຊັ້ນ 2, ຊັ້ນ 3
- ປະກັນໄພແບບຊັ້ນ 1
ແມ່ນປະກັນໄພຮອບດ້ານ ຄວາມຄຸ້ມຄອງ ທຸກໆກໍລະນີຄວາມເສຍຫາຍທີ່ກໍ່ເກີດຈາກອຸປະຕິເຫດທີ່ບໍ່ໄດ້ຕັ້ງໃຈຂອງຜູ້ຊື້ປະກັນໄພ ເຊີ່ງມີລາຍລະອຽດດັ່ງລຸ່ມນີ້:
ກ. ຄວາມຮັບຜິດຊອບຕໍ່ບຸກຄົນທີ່ສາມ.
- ຄຸ້ມຄອງຄວາມເສຍຫາຍຕໍ່ຊີວິດ ຫຼື ຮ່າງກາຍ ຫຼື ພິການຖາວອນ.
- ຄ່າປີ່ນປົວ ແລະ ຄ່າອອກໂຮງໝໍໃນກໍລະນີເກິດອຸປະຕິເຫດ.
- ຄຸ້ມຄອງຄວາມເສຍຫາຍທາງດ້ານວັດຖຸຂອງບຸກຄົນທີສາມ.
ຂ. ຄວາມເສຍຫາຍຂອງຍານພາຫະນະຂອງຜູ້ຊື້ປະກັນໄພ.
- ຄຸ້ມຄອງຄວາມເສຍຫາຍຂອງຕົວລົດຂອງຄັນທີ່ຊື້ປະກັນໄພ ໃນກໍລະນີເກີດອຸປະຕິເຫດ ແຕ່ຕ້ອງຢູ່ໃນເງື່ອນໄຂຄວາມຄຸ້ມຄອງສະເພາະ ເທົ່ານັ້ນ.
- ຄຸ້ມຄອງລົດທີ່ເສຍຫາຍຈາກການຖືກລັກ ແລະ ໄຟໄໝ້ ເຊີ່ງທາງບໍລິສັດຈະຮັບຜິດຊອບຕໍ່ກໍລະນີດັ່ງກ່າວ ກໍ່ຕໍ່ເມື່ອວ່າໄດ້ບົດສະຫຼຸບຈາກເຈົ້້າໜ້າທີ່ຕຳຫຼວດວ່າລົດຄັນນີ້ຖືກລັກ ແລະ ໄຟໄໝ້ ແທ້ (ຊົດເຊີຍຕາມວົງເງີນຄວາມຄຸ້ມຄອງຂອງ ປະກັນໄພຊັ້ນ 1).
- ທຸກໆຄັ້ງໃນກໍລະນີເກີດອຸປະຕິເຫດ, ລົດຂອງຜູ້ຊື້ປະກັນໄພເປັນຄົນຜິດ ທາງລູກຄ້າຕ້ອງມີຄວາມຮັບຜິດ ຊອບນັ້ນແມ່ນອີງຕາມໃບສະເໜີລາຄາປະກັນໄພລົດ ຫຼື ເອກະສານສັນຍາປະກັນໄພລົດທີ່ໄດ້ລະບຸໄວ້ນັ້ນວ່າມີສ່ວນຮ່ວມ ຫຼື ບໍ່ ?
ຄ. ຄວາມຄຸ້ມຄອງຄວາມຮັບຜິດຊອບຕໍ່ຜູ້ຂັບຂີ່
- ຄຸ້ມຄອງກໍລະນີເສຍຊີວິດ ຫຼື ພິການຖາວອນ ຂອງຜູ້ຂັບຂີ່ 1 ຄົນ.
- ຄຸ້ມຄອງກໍລະນີເສຍຊີວິດ ຫຼື ພິການຖາວອນ ຂອງຜູ້ໂດຍສານ.
- ຄ່າປີ່ນປົວຜູ້ຂັບຂີ່.
- ການຄ້ຳປະກັນການປົກປ້ອງສິດ ແລະ ຮຽກຮ້ອງສິດທົດແທນຄືນ.
ລາຍລະອຽດການຄຸ້ມຄອງ / Detail of Cover |
ປະກັນໄພຊັ້ນ 1 |
|||||
1. ຄວາມຮັບຜິດຊອບ ຕໍ່ບຸກຄົນທີສາມ / Third Party Liability |
750,000,000 |
|||||
1.1 ຄວາມເສຍຫາຍຕໍ່ຊີວິດ ຫຼື ຮ່າງກາຍ ຫຼື ພິການຖາວອນ / Bodily Injury or Death or Total Permanent Disability |
||||||
- ເສຍຊີວິດ ຫຼື ພິການຖາວອນຕໍ່ອຸປະຕິເຫດ 1 ຄັ້ງສູງສຸດຕໍ່ຄົນ / Maximum per accident |
50,000,000 |
|||||
- ຄ່າປິ່ນປົວ ສູງສຸດ ຕໍ່ຄົນ / Medical Expense maximum per person |
5,000,000 |
|||||
- ຄ່າອອກໂຮງໝໍ ສູງສຸດຕໍ່ຄົນ (ລວມໃນຄ່າປີ່ນປົວ) / Allowance for hospitalization |
500,000 |
|||||
1.2 ຄວາມເສຍຫາຍທາງດ້ານວັດຖຸ ສູງສຸດຕໍ່ອຸປະຕິເຫດໜຶ່ງຄັ້ງ / Material Damage maximum per accident |
50,000,000 |
|||||
ການຄ້ຳປະກັນການປົກປ້ອງສິດ ແລະ ຮຽກຮ້ອງທົດແທນຄືນ / Defense and Recourse (Maximum) |
300,000 |
|||||
2. ຄວາມເສຍຫາຍຂອງຍານພາຫະນະ / Own Damage Cover 2.1 ຄວາມເສຍຫາຍຂອງຕົວລົດຂອງຄັນທີ່ຊື້ປະກັນໄພ / Own Damage |
ຕາມທືນປະກັນ |
|||||
2.2 ລົດເສຍຈາກການຖືກລັກ ແລະ ໄຟໄໝ້ / Theft and Fire |
|
|
|
|
ຕາມທືນປະກັນ |
|
2.3 ຄວາມຮັບຜິດຊອບ ຂອງຜູ້ໄດ້ຮັບການປະກັນໄພ ຕໍ່ ອຸປະຕິເຫດ /Deductible per accident |
- |
|||||
3. ປະກັນໄພອຸປະຕິເຫດສ່ວນບຸກຄົນ / Personal Accident Coverage |
|
|||||
3.1 ກໍລະນີເສຍຊີວິດ ຫຼື ພິການຖາວອນ ຂອງຜູ້ຂັບຂີ່ ແລະ ຜູ້ໂດຍສານຕໍ່ຄົນ / Death or Total Permanent Disability for Driver per person |
35,000,000 |
|||||
3.2 ຄ່າປິ່ນປົວສູງສຸດ ຜູ້ຂັບຂີ່ ແລະ ຜູ້ໂດຍສານຕໍ່ຄົນ 1 ຄົນ / Medical Expense for Driver per person |
5,000,000 |
|||||
- ປະກັນໄພຊັ້ນ 2:
ແມ່ນປະກັນໄພຮອບດ້ານ ແຕ່ຈຳກັດວົງເງີນຄວາມຄຸ້ມຄອງ ທຸກໆກໍລະນີຄວາມເສຍຫາຍທີ່ກໍ່ເກີດຈາກອຸປະຕິເຫດທີ່ບໍ່ໄດ້ຕັ້ງໃຈຂອງຜູ້ຊື້ປະກັນໄພ ເຊີ່ງມີລາຍລະອຽດດັ່ງລຸ່ມນີ້:
ກ. ຄວາມຮັບຜິດຊອບຕໍ່ບຸກຄົນທີ່ສາມ.
- ຄຸ້ມຄອງຄວາມເສຍຫາຍຕໍ່ຊີວິດ ຫຼື ຮ່າງກາຍ ຫຼື ພິການຖາວອນ.
- ຄ່າປີ່ນປົວ ແລະ ຄ່ານອນໂຮງໝໍໃນກໍລະນີເກິດອຸປະຕິເຫດ.
- ຄຸ້ມຄອງຄວາມເສຍຫາຍທາງດ້ານວັດຖຸຂອງບຸກຄົນທີສາມ.
ຂ. ຄວາມເສຍຫາຍຂອງຍານພາຫະນະຂອງຜູ້ຊື້ປະກັນໄພ.
- ຄຸ້ມຄອງຄວາມເສຍຫາຍຂອງຕົວລົດຂອງຄັນທີ່ຊື້ປະກັນໄພ ໃນກໍລະນີເກີດອຸປະຕິເຫດແຕ່ຕ້ອງຢູ່ໃນເງື່ອນໄຂຄວາມຄຸ້ມຄອງສະເພາະ ປະກັນໄພຊັ້ນ 2 ເທົ່ານັ້ນ.
- ຄຸ້ມຄອງລົດທີ່ເສຍຫາຍຈາກການຖືກລັກ ແລະ ໄຟໄໝ້ ເຊີ່ງທາງບໍລິສັດຈະຮັບຜິດຊອບຕໍ່ກໍລະນີດັ່ງກ່າວກໍ່ຕໍ່ເມື່ອວ່າໄດ້ບົດສະຫຼຸບຈາກເຈົ້້າໜ້າທີ່ຕຳຫຼວດວ່າລົດຄັນນີ້ຖືກລັກ ແລະ ໄຟໄໝ້ແທ້(ຊົດເຊີຍຕາມວົງເງີນຄວາມຄຸ້ມຄອງຂອງ ປະກັນໄພຊັ້ນ 2).
ຄ. ຄວາມຄຸ້ມຄອງຄວາມຮັບຜິດຊອບຕໍ່ຜູ້ຂັບຂີ່
- ຄຸ້ມຄອງກໍລະນີເສຍຊີວິດ ຫຼື ພິການຖາວອນ ຂອງຜູ້ຂັບຂີ່ 1 ຄົນ.
- ຄ່າປີ່ນປົວຜູ້ຂັບຂີ່.
ລາຍລະອຽດການຄຸ້ມຄອງ / Detail of Cover |
ປະກັນໄພຊັ້ນ 2 |
|
ແຜນ A |
ແຜນ B |
|
1. ຄວາມຮັບຜິດຊອບ ຕໍ່ບຸກຄົນທີສາມ / Third Party Liability |
750,000,000 |
750,000,000 |
1.1 ຄວາມເສຍຫາຍຕໍ່ຊີວິດ ຫຼື ຮ່າງກາຍ ຫຼື ພິການຖາວອນ / Bodily Injury or Death or Total Permanent Disability |
||
- ເສຍຊີວິດ ຫຼື ພິການຖ້າວອນຕໍ່ອຸປະຕິເຫດ 1 ຄັ້ງສູງສຸດຕໍ່ຄົນ / Maximum per accident |
45,000,000 |
45,000,000 |
- ຄ່າປິ່ນປົວ ສູງສຸດ ຕໍ່ຄົນ / Medical Expense maximum per person |
5,000,000 |
8,000,000 |
- ຄ່າອອກໂຮງໝໍ ສູງສຸດຕໍ່ຄົນ (ລວມໃນຄ່າປີ່ນປົວ) / Allowance for hospitalization |
250,000 |
250,000 |
1.2 ຄວາມເສຍຫາຍທາງດ້ານວັດຖຸ ສູງສຸດຕໍ່ອຸປະຕິເຫດໜຶ່ງຄັ້ງ / Material Damage maximum per accident |
50,000,000 |
60,000,000 |
ການຄ້ຳປະກັນການປົກປ້ອງສິດ ແລະ ຮຽກຮ້ອງທົດແທນຄືນ / Defense and Recourse (Maximum) |
300,000 |
300,000 |
2. ຄວາມເສຍຫາຍຂອງຍານພາຫະນະ / Own Damage Cover 2.1 ຄວາມເສຍຫາຍຂອງຕົວລົດຂອງຄັນທີ່ຊື້ປະກັນໄພ / Own Damage |
100,000,000 |
160,000,000 |
2.2 ລົດເສຍຈາກການຖືກລັກ ແລະ ໄຟໄໝ້ / Theft and Fire |
100,000,000 |
100,000,000 |
2.3 ຄວາມຮັບຜິດຊອບ ຂອງຜູ້ໄດ້ຮັບການປະກັນໄພ ຕໍ່ອຸປະຕິເຫດ /Deductible per accident |
- |
- |
3. ປະກັນໄພອຸບັດຕິເຫດສ່ວນບຸກຄົນ / Personal Accident Coverage |
|
|
3.1 ກໍລະນີເສຍຊີວິດ ຫຼື ພິການຖາວອນ ຂອງຜູ້ຂັບຂີ່ ແລະ ຜູ້ໂດຍສານຕໍ່ຄົນ / Death or Total Permanent Disability for Driver per person |
30,000,000 |
30,000,000 |
3.2 ຄ່າປິ່ນປົວສູງສຸດ ຜູ້ຂັບຂີ່ ແລະ ຜູ້ໂດຍສານຕໍ່ຄົນ 1 ຄົນ / Medical Expense for Driver per person |
5,000,000 |
8,000,000 |
- ປະກັນໄພຊັ້ນ 3:
ແມ່ນເປັນປະກັນໄພທີ່ໃຫ້ຄວາມຄຸ້ມຄອງທັງສອງຝ່າຍ ລວມທັງລົດຂອງລູກຄ້າ ແລະ ລົດຂອງບຸກຄົນທີສາມ. ໃນກໍລະນີເກີດອຸປະຕິເຫດທາງບໍລິສັດຈະຮັບຜິດຊອບລົດຂອງລູກຄ້າກໍ່ຕໍ່ເມື່ອວ່າລົດທີ່ໃຊ້ເຄື່ອງຈັກ ຕໍາເຄື່ອງຈັກ ແລະ ຕ້ອງມີຄູ່ກໍລະນີ ແຕ່ຖ້າບໍ່ມີຄູ່ກໍລະນີທາງບໍລິສັດຈະບໍ່ສາມາດຮັບຜິດຊອບຄວາມເສຍຫາຍຂອງຕົວລົດຂອງຜູ້ຊື້ປະກັນໄພ, ຫຼື ຕ້ອງເປັນລົດທີ່ໄດ້ຮັບການອະນຸຍາດນໍາໃຊ້ໂດຍຖືກຕ້ອງຕາມກົດໝາຍເທົ່ານັ້ນ.
ກ. ຄວາມຮັບຜິດຊອບຕໍ່ບຸກຄົນທີ່ສາມ.
- ຄຸ້ມຄອງຄວາມເສຍຫາຍຕໍ່ຊີວິດ ຫຼື ຮ່າງກາຍ ຫຼື ພິການຖາວອນ.
- ຄ່າປີ່ນປົວ ແລະ ຄ່ານອນໂຮງໝໍໃນກໍລະນີເກິດອຸປະຕິເຫດ.
- ຄຸ້ມຄອງຄວາມເສຍຫາຍທາງດ້ານວັດຖຸຂອງບຸກຄົນທີສາມ
ຂ. ຄວາມເສຍຫາຍຂອງຍານພາຫະນະຂອງຜູ້ຊື້ປະກັນໄພ.
- ຄຸ້ມຄອງຄວາມເສຍຫາຍຂອງຕົວລົດຂອງຄັນທີ່ຊື້ປະກັນໄພ ໃນກໍລະນີເກີດອຸປະຕິເຫດ ແຕ່ຕ້ອງຢູ່ໃນເງື່ອນໄຂສະເພາະ ປະກັນໄພຊັ້ນ 3 ເທົ່ານັ້ນ.
- ຄຸ້ມຄອງລົດທີ່ເສຍຫາຍຈາກການຖືກລັກ ແລະ ໄຟໄໝ້ ເຊີ່ງທາງບໍລິສັດຈະຮັບຜິດຊອບຕໍ່ກໍລະນີດັ່ງກ່າວ ກໍ່ຕໍ່ເມື່ອວ່າໄດ້ບົດສະຫຼຸບຈາກເຈົ້້າໜ້າທີ່ຕຳຫຼວດວ່າລົດຄັນນີ້ຖືກລັກ ແລະ ໄຟໄໝ້ແທ້ ( ຍົກເວັ້ນ ປະກັນໄພຊັ້ນ 3 PLAN A ເພາະວ່າບໍ່ໄດ້ຄຸ້ມຄອງກໍລົດຖືກລັກ ແລະ ໄຟໄໝ້ )
- ທຸກໆຄັ້ງໃນກໍລະນີເກີດອຸປະຕິເຫດ, ລົດຂອງຜູ້ຊື້ປະກັນໄພເປັນຄົນຜິດ ທາງລູກຄ້າຕ້ອງມີຄວາມຮັບຜິດ ຊອບສ່ວນຮ່ວມກັບບໍລິສັດປະກັນໄພ 200,000 ກີບ ( ລູກຄ້າຕ້ອງມີສ່ວນຮ່ວມໃນອຸປະຕິເຫດແຕ່ລະຄັ້ງຫາກຜູ້ຊື້ປະກັນໄພເປັນຄົນຜິດເທົ່ານັ້ນ )
ຄ. ຄວາມຮັບຜິດຊອບຕໍ່ອຸປະຕິເຫດສ່ວນບຸກຄົນ
- ຄຸ້ມຄອງກໍລະນີເສຍຊີວິດ ຫຼື ພິການຖາວອນ ຂອງຜູ້ຂັບຂີ່ 1 ຄົນ.
- ຄ່າປີ່ນປົວຜູ້ຂັບຂີ່.
ລາຍລະອຽດການຄຸ້ມຄອງ / Detail of Cover |
ປະກັນໄພຊັ້ນ 3 |
|
ແຜນ A |
Plan B |
|
1. ຄວາມຮັບຜິດຊອບ ຕໍ່ບຸກຄົນທີສາມ / Third Party Liability |
500,000,000 |
500,000,000 |
1.1 ຄວາມເສຍຫາຍຕໍ່ຊີວິດ ຫຼື ຮ່າງກາຍ ຫຼື ພິການຖາວອນ / Bodily Injury or Death or Total Permanent Disability |
||
ເສຍຊີວິດ ຫຼື ພິການຖ້າວອນຕໍ່ອຸປະຕິເຫດ 1 ຄັ້ງສູງສຸດຕໍ່ຄົນ / Maximum per accident |
30,000,000 |
30,000,000 |
ຄ່າປິ່ນປົວ ສູງສຸດ ຕໍ່ຄົນ / Medical Expense maximum per person |
3,500,000 |
3,500,000 |
ຄ່າອອກໂຮງໝໍ ສູງສຸດຕໍ່ຄົນ (ລວມໃນຄ່າປີ່ນປົວ) / Allowance for hospitalization |
200,000 |
200,000 |
1.2 ຄວາມເສຍຫາຍທາງດ້ານວັດຖຸ ສູງສຸດຕໍ່ອຸປະຕິເຫດໜຶ່ງຄັ້ງ / Material Damage maximum per accident |
50,000,000 |
50,000,000 |
ການຄ້ຳປະກັນການປົກປ້ອງສິດ ແລະ ຮຽກຮ້ອງທົດແທນຄືນ / Defense and Recourse (Maximum) |
150,000 |
150,000 |
2. ຄວາມເສຍຫາຍຂອງຍານພາຫະນະ / Own Damage Cover 2.1 ຄວາມເສຍຫາຍຂອງຕົວລົດຂອງຄັນທີ່ຊື້ປະກັນໄພ / Own Damage |
35,000,000 |
50,000,000 |
2.2 ລົດເສຍຈາກການຖືກລັກ ແລະ ໄຟໄໝ້ / Theft and Fire |
ບໍ່ຄຸ້ມຄອງ |
50,000,000 |
2.3 ຄວາມຮັບຜິດຊອບ ຂອງຜູ້ຊື້ປະກັນໄພ ຕໍ່ ອຸປະຕິເຫດ /Deductible per accident |